ທັກສະ ຫລື ຄວາມຮູ້ດ້ານໄອທີ ຈະນຳພາພວກເຮົາແຂ່ງຂັນ ກັບຍຸກແຫ່ງໂລກາພິວັດ…
ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ຫລື ໄອທີ (IT) ເປັນອຸດສະຫະກຳທີ່ມີການພັດທະນາການຢ່າງວ່ອງໄວ ແລະບໍ່ຢຸດຢັ້ງ ໃນທົ່ວທຸກມູມໂລກ. ໄອທີ (IT) ເປັນຕົວຂັບເຄື່ອນທີ່ຊົງ ພະລັງ ແລະ ມີສັກກະຍະພາບທີ່ສຸດ. ວິທີການດໍາເນີນງານ ຫລື ການບໍລິຫານ ທຸກໆຢ່າງໃນໂລກກໍາລັງໄດ້ຮັບການປ່ຽນແປງເນື່ອງຈາກຄວາມທັນສະໄໝດ້ານເທັກໂນໂລຊີ ບັນດາຫົວໝ່ວຍ ທຸລະກິດໃນຍຸກ ປະຈຸບັນໄດ້ ຮັບຮູ້ ເຖີງ ເຄັດ ລັບເພື່ອຄວາມ ຢູ່ລອດຂອງທຸລະກິດຂອງຕົນສອງປະການຄື: ການນຳໃຊ້ເທັກໂລຊີເພື່ອເຂົ້າໃນການ ການບໍລິຫານ ແລະ ບຸກຄະລະກອນທີ່ມີຄວາມຮູ້ຄວາມສາມາດ. ເມື່ອທຸລະກິດໃດມີຄວາມສາມາດໃນການຄອບຄອງເທັກໂນໂລຊີ, ທຸລະກິດນັ້ນຍ່ອມມີຄວາມ ສຳພັນກັບບຸກຄົນຫຼືລູກຄ້າ ເພີ່ມຫຼາຍ ຂຶ້ນ ແລະ ສາມາດ ສະໜອງ ດ້ວຍຂໍ້ມູນຂ່າວສານຕາມທີ່ຕົນຕ້ອງການໄດ້ ແລະ ບຸກຄົນເຫລົ່ານີ້ສາມາດຮຽນ ຮູ້ຈາກຂໍ້ມູນ ທີ່ຕົນ ເອງໄດ້ຮັບ ແລະ ມີການພັດທະນາດ້ານຄວາມຮູ້ຂອງຕົນເອງໄປຄຽງຄູ່ກັນໄດ້ ການພັດທະນາການດ້ານເທັກນິກທີ່ກ່ຽວຂ້ອງ ຍິ່ງ ເປັນການເປີດໂອກາດ ອັນສໍາ ຄັນໃນຂະຫຍາຍທຸລະກິດຂອງຕົນເອງໄປ ໃນ ລະດັບສາກົນ.
ໂດຍທົ່ວໄປແລ້ວ ເຕັກໂນໂລຊີຂໍ້ມູນຂ່າວສານ ໄດ້ຖືກນຳໃຊ້ ຢູ່ທຸກໆ ສຳນັກງານ ຫ້ອງການ ເລີ່ມແຕ່ວຽກງານດ້ານຈັດການກັບ ເອກະສານ, ວຽກງານ ການບໍລິຫານ ເລີ່ມແຕ່ຂະໜາດນ້ອຍ, ກາງ, ຈົນເຖີງຂະໜາດໃຫຍ່..
ນີ້ຄຶບາງຕົວຢ່າງ ທີ່ເຕັກໂນໂລຊີຂໍ້ມູນຂ່າວສານ ໄດ້ຖືກນຳໃຊ້:
- ສະຖາບັນການເງິນ, ລະບົບທະນາຄານ (ລະບົບບໍລິຫານລູກຄ້າ, ເງິນຝາກ, ເງິນກູ້, ການໂອນເງິນພາຍໃນ ແລະ ຕ່າງປະເທດ, ຕູ້ ເອທີເອັມ, ການສຳລະສະສາງຜ່ານລະບົບເອເຫລັກໂຕຣນິກ, ລະບົບອື່ນໆ…)
- ສາຍການບິນ (ສາຍການບິນ, ຖ້ຽວບິນ, ຂໍ້ມູນຜູ້ໂດຍສານ, ການສັ່ງຈ່ອງປີ້ຍົນ, ອື່ນໆ….)
- ພາຍໃນອົງການຈັດຕັ້ງ ລະດັບກະຊວງ, ພະແນກ… (ລະບົບບໍລິຫານພະນັກງານ (ປະຫວັດພະນັກງານລັດຖະກອນ), ລະບົບເງິນເດືອນ, ລະບົບບັນຊີລາຍຮັບ, ລາຍຈ່າຍ ອື່ນໆ…)
- ລະບົບບໍລິຫານ ການຂາຍ, ຂາຍຍົກ, ຂາຍຍ່ອຍ..
- ວຽກງານການຄຸ້ມຄອງພົນລະເມືອງ, ກວດຄົນເຂົ້າອອກເມືອງ ທັງບຸກຄົນພາຍໃນ, ແລະ ຕ່າງປະເທດ…
- ລະບົບໃບບິນ, ເຊັນ: ລະບົບໃບບິນໄຟຟ້າ, ນໍ້າປະປາ, ໂທລະສັບ… ອື່ນໆ…
- ລະບົບບໍລິຫານ ສາງເຄື່ອງ, ໂລຈິສຕິກ (Logistic) ອື່ນໆ…
- ວຽກງານອື່ນໆ….
ຂໍ້ມູນເພີມເຕີມຂອງວິທະຍາໄລ: ກົດທີນີ້